ລັດຖະທຳມະນູນລາວ ມີປະໂຫຍກໜຶ່ງທີ່ຟັງແລ້ວອົບອຸ່ນໃຈ: "ອຳນາດທັງໝົດ ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ". ທຸກວັນທີ 15 ສິງຫາ ເຮົາມີ "ວັນລັດຖະທຳມະນູນ" ເພື່ອລະນຶກເຖິງມື້ທີ່ສະບັບທຳອິດຖືກປະກາດໃຊ້ ໃນປີ 1991.

ແຕ່ລອງຖາມຕົວເອງເບິ່ງວ່າຖ້າບາງສິ່ງເປັນ "ຂອງເຮົາ" ແທ້, ເຮົາຄວນຈະໄດ້ມີສ່ວນໃນການສ້າງມັນ, ຄວນຈະຮູ້ຈັກມັນ ແລະ ຄວນຈະເອົາມັນມາປົກປ້ອງຕົວເອງໄດ້.

ລັດຖະທຳມະນູນລາວ ເປັນແບບນັ້ນບໍ່?

ບົດຄວາມນີ້ບໍ່ໄດ້ຊີ້ວ່າໃຜຖືກ ໃຜຜິດ, ມັນພຽງແຕ່ຢາກພາເບິ່ງຊ່ອງຫວ່າງ ລະຫວ່າງ "ຄວາມຄິດ" ທີ່ວ່າ ລັດຖະທຳມະນູນເປັນຂອງປະຊາຊົນ ກັບ "ວິທີ" ທີ່ມັນຖືກຂຽນ ແລະ ຖືກໃຊ້ມາແທ້ໆ ແລ້ວໃຫ້ເຈົ້າຕັດສິນເອງ.

ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າ ລັດຖະທຳມະນູນມີໄວ້ເຮັດຫຍັງ?

ສັນຍາລະຫວ່າງລັດກັບປະຊາຊົນ

ລອງນຶກເຖິງການເຊົ່າເຮືອນ, ກ່ອນເຂົ້າຢູ່ ເຮົາກັບເຈົ້າຂອງເຮືອນ ຈະຕົກລົງກັນ ແລະ ຂຽນສັນຍາໄວ້ວ່າ ຄ່າເຊົ່າເທົ່າໃດ, ເຈົ້າຂອງເຂົ້າມາໃນເຮືອນໄດ້ຕອນໃດ, ຖ້າມີບັນຫາຈະແກ້ແນວໃດ. ສັນຍານັ້ນ ບໍ່ໄດ້ມີໄວ້ເພື່ອຄວາມງາມ. ມັນມີໄວ້ເພື່ອໃຫ້ຝ່າຍທີ່ອ່ອນກວ່າ ມີບ່ອນອີງເວລາຝ່າຍທີ່ແຂງກວ່າເຮັດເກີນຂອບເຂດ.

ລັດຖະທຳມະນູນກໍຄ້າຍໆກັນ ແຕ່ໃຫຍ່ກວ່າຫຼາຍ, ໃນຄວາມຄິດທາງການເມືອງ ທົ່ວໄປ, ມັນແມ່ນສັນຍາ ລະຫວ່າງລັດກັບປະຊາຊົນ, ມັນບອກວ່າລັດມີອຳນາດເຮັດຫຍັງໄດ້ ແລະ ມີຂອບເຂດເທົ່າໃດ, ມັນບອກວ່າປະຊາຊົນມີສິດຫຍັງທີ່ໃຜກໍແຕະຕ້ອງບໍ່ໄດ້. ແນວຄິດ "ລັດແຫ່ງກົດໝາຍ" ກໍມາຈາກຫຼັກນີ້. ຜູ້ປົກຄອງກໍຕ້ອງຢູ່ໃຕ້ກົດໝາຍຄືກັນກັບທຸກຄົນ. ລັດຖະທຳມະນູນລາວ ກໍຂຽນໄວ້ເອງວ່າມັນແມ່ນ "ກົດໝາຍພື້ນຖານຂອງຊາດ" ແລະ ທຸກກົດໝາຍ ຕ້ອງສອດຄ່ອງກັບມັນ.

ຖ້າເບິ່ງແບບນີ້, ຄຳຖາມສຳຄັນກໍບໍ່ແມ່ນ "ມີລັດຖະທຳມະນູນບໍ່" ເທົ່ານັ້ນ ແຕ່ແມ່ນໃຜເປັນຄົນຂຽນສັນຍາ? ແລະ ສັນຍານັ້ນ ຈຳກັດອຳນາດຂອງໃຜ?

ເມື່ອບໍ່ມີສັນຍາ

ສປປ ລາວ ຖືກສະຖາປະນາໃນເດືອນທັນວາ 1975. ລັດຖະທຳມະນູນ ສະໄໝລາຊະອານາຈັກ ຖືກຍົກເລີກໃນເດືອນດຽວກັນ, ແຕ່ສະບັບໃໝ່ ບໍ່ໄດ້ມາແທນທັນທີ. ປະເທດຢູ່ມາ 16 ປີ ໂດຍບໍ່ມີລັດຖະທຳມະນູນເລີຍ.

ສະພາປະຊາຊົນສູງສຸດ ໄດ້ຮັບໜ້າທີ່ຮ່າງມາແຕ່ຕົ້ນ, ແຕ່ນັກປະຫວັດສາດ Martin Stuart-Fox ບັນທຶກວ່າ ຫຼັງຕັ້ງຄະນະຮ່າງແລ້ວ ກໍ "ບໍ່ໄດ້ຍິນຂ່າວຫຍັງເລີຍ" ຫຼາຍປີ.

16 ປີ ໝາຍຄວາມວ່າແນວໃດ ສຳລັບຄົນທຳມະດາ? ກັບມາທີ່ການເຊົ່າເຮືອນ, ມັນຄືການຢູ່ເຮືອນເຊົ່າໂດຍບໍ່ມີສັນຍາ. ມື້ໃດເຈົ້າຂອງໃຈດີ ກໍດີໄປ, ແຕ່ມື້ໃດມີບັນຫາ ເຮົາກໍບໍ່ມີເຈ້ຍແຜ່ນໃດ ຈະຍົກຂຶ້ນມາອ້າງ. ອົງການນິລະໂທດກຳສາກົນ ຂຽນໄວ້ໃນປີ 1985 ວ່າ ເມື່ອບໍ່ມີລັດຖະທຳມະນູນ ແລະ ບໍ່ມີກົດໝາຍອາຍາ ທີ່ພິມເຜີຍແຜ່, ພົນລະເມືອງກໍ "ບໍ່ມີກົດໝາຍຄ້ຳປະກັນ" ສິດທິມະນຸດ. ແລະ ທີ່ໜ້າສົນໃຈແມ່ນໜັງສືພິມຂອງພັກເອງ ກໍຍອມຮັບໃນປີ 1990 ວ່າ ການບໍ່ມີກົດໝາຍ ແມ່ນ "ຕົ້ນເຫດຂອງຄວາມບໍ່ຍຸຕິທຳ ແລະ ການລະເມີດ".

ໝາຍຄວາມວ່າ ຄວາມຕ້ອງການສັນຍາບໍ່ແມ່ນສິ່ງທີ່ຄົນນອກຄິດຂຶ້ນມາເອງ, ຝ່າຍລັດເອງ ກໍເຫັນບັນຫານີ້. ຄຳຖາມຕໍ່ໄປຈຶ່ງແມ່ນ ເມື່ອຈະຂຽນແລ້ວ, ຂຽນແນວໃດ?

ຂຽນໃຫ້ອ່ານ ຫຼື ຂຽນນຳກັນ?

ເມື່ອວຽກຮ່າງເລີ່ມໄວຂຶ້ນ ໃນທ້າຍຊຸມປີ 1980, ວິທະຍຸແຫ່ງຊາດລາວ ລາຍງານວ່າ ຄະນະຮ່າງເຮັດວຽກ "ພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ". ຮ່າງຖືກສົ່ງໃຫ້ກົມການເມືອງເບິ່ງກ່ອນ ແລ້ວຈຶ່ງເອົາອອກໄປທາບທາມຄຳເຫັນ. ຄຳສັ່ງຂອງສູນກາງພັກກຳນົດໃຫ້ປຶກສາ "ກ່ອນອື່ນໝົດ ແມ່ນໃນບັນດາພະນັກງານພັກ ແລະ ລັດ, ຈາກນັ້ນ ຈຶ່ງແມ່ນປະຊາຊົນ".

ການຖາມຄຳເຫັນເປັນເລື່ອງດີ, ແຕ່ "ຖາມຄຳເຫັນ" ກັບ "ຮ່ວມຂຽນ" ບໍ່ຄືກັນ. ຄືກັບເຈົ້າຂອງເຮືອນ ທີ່ຂຽນສັນຍາສຳເລັດແລ້ວ ຈຶ່ງຍື່ນມາຖາມວ່າ "ມີຄຳເຫັນຫຍັງບໍ່?" ແລະ ບາງເທື່ອ ກໍບໍ່ໄດ້ຖາມແທ້. ຄຳສັ່ງຂອງສູນກາງພັກໃນເດືອນມິຖຸນາ 1990 ບັນທຶກໄວ້ເອງວ່າ ຫຼາຍບ່ອນເວລາເອີ້ນປະຊາຊົນມາປະຊຸມ, ເຂົາເຈົ້າພຽງແຕ່ "ໄດ້ຮັບແຜ່ນຄຳຖາມ-ຄຳຕອບ ໄປອ່ານ".

ກໍມີຄົນທີ່ເອົາການຖາມຄຳເຫັນເປັນເລື່ອງແທ້, ພະນັກງານ ແລະ ປັນຍາຊົນ ປະມານ 40 ຄົນ ສະເໜີໃຫ້ມີຫຼາຍພັກ ແລະ ວິພາກວິຈານ ມາດຕາທີ່ກຳນົດບົດບາດນຳພາຂອງພັກ. ໃນເດືອນຕຸລາ 1990, ຫົວໜ້າກຸ່ມ 3 ຄົນ ຖືກຈັບ ແລະ ຖືກຂັງ ໂດຍບໍ່ໄດ້ຂຶ້ນສານ. ສະບັບສຸດທ້າຍຖືກຮັບຮອງໃນເດືອນສິງຫາ 1991 ແບບເປັນເອກະພາບ.

ເລື່ອງນີ້ສອນເຮົາວ່າ ການຂຽນລັດຖະທຳມະນູນບໍ່ແມ່ນພຽງການເລືອກຄຳ, ມັນສະທ້ອນວ່າ ໃຜມີສຽງ ແລະ ສຽງແບບໃດ ທີ່ຖືກຮັບຟັງ.

ຕຶກສະພາແຫ່ງຊາດ ໃນນະຄອນຫຼວງວຽງຈັນ ປີ 2014, ເບິ່ງຈາກລານກວ້າງທາງໜ້າ ບໍ່ມີຄົນ.
ຕຶກສະພາແຫ່ງຊາດ ໃນນະຄອນຫຼວງວຽງຈັນ, 11 ມັງກອນ 2014. ຮູບ: ilf_, CC BY-SA 2.0, ຜ່ານ Wikimedia Commons.

ສອງປະໂຫຍກ ທີ່ບອກຫຼາຍກວ່າໜ້າເຈ້ຍ

ຕັ້ງແຕ່ 1991 ຮອດປັດຈຸບັນ ລັດຖະທຳມະນູນ ຖືກປັບປຸງມາແລ້ວ 3 ເທື່ອ, ແຕ່ມີ 2 ປະໂຫຍກ ທີ່ຄວາມໝາຍບໍ່ເຄີຍປ່ຽນ.

ປະໂຫຍກທຳອິດ ແມ່ນມາດຕາ 3 ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນ ຖືກປະຕິບັດ "ດ້ວຍການເຄື່ອນໄຫວຂອງລະບົບການເມືອງ ເຊິ່ງມີພັກປະຊາຊົນປະຕິວັດລາວ ເປັນແກນນຳ". ຖ້າເວົ້າງ່າຍໆ ປະຊາຊົນເປັນເຈົ້າຂອງ, ແຕ່ຜູ້ທີ່ຖືພວງມາໄລ ໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ ໃນສັນຍາ.

ມາດຕາ 3 ໃນໜ້າ 2 ຂອງລັດຖະທຳມະນູນ ສະບັບປັບປຸງ ປີ 2025, ມີເສັ້ນຍຶດສີແດງ-ເຫຼືອງຊີ້ຂໍ້ຄວາມທີ່ວ່າ ພັກເປັນແກນນຳ.
ມາດຕາ 3, ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025, ສະພາແຫ່ງຊາດ, ເຜີຍແຜ່ທີ່ na.gov.la. ເສັ້ນຍຶດຊີ້ຂໍ້ຄວາມ «ຊຶ່ງມີພັກປະຊາຊົນປະຕິວັດລາວ ເປັນແກນນຳ».

ປະໂຫຍກທີສອງ ແມ່ນສິດເສລີພາບ, ພົນລະເມືອງລາວ ມີສິດປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ "ທີ່ບໍ່ຂັດກັບກົດໝາຍ". ຄຳທ້າຍນີ້ສັ້ນ ແຕ່ໜັກ. ໂດຍຫຼັກແລ້ວ ລັດຖະທຳມະນູນຄວນຢູ່ເໜືອກົດໝາຍທຳມະດາ, ແຕ່ເມື່ອສິດ ມີເງື່ອນໄຂວ່າ "ບໍ່ຂັດກັບກົດໝາຍ", ຂອບເຂດຂອງສິດ ກໍຖືກຂີດໂດຍກົດໝາຍລຸ່ມ ທີ່ຂຽນທີຫຼັງ. ຄືກັບປ້າຍທີ່ຂຽນວ່າ "ເຊີນເວົ້າໄດ້ຕາມສະບາຍ, ຖ້າກົດລະບຽບອະນຸຍາດ" ແລ້ວກົດລະບຽບນັ້ນ ຜູ້ອື່ນເປັນຄົນຂຽນ. ໃນປີ 1990 ອົງການນິລະໂທດກຳສາກົນ ເຄີຍສະເໜີວ່າ ການຈຳກັດສິດ ຄວນມີແຕ່ສິ່ງທີ່ "ຈຳເປັນໃນສັງຄົມປະຊາທິປະໄຕ" ເທົ່ານັ້ນ, ແຕ່ຂໍ້ສະເໜີນີ້ "ບໍ່ໄດ້ຮັບການເອົາໃຈໃສ່".

ມາດຕາ 45 ໃນລັດຖະທຳມະນູນ ສະບັບປັບປຸງ ປີ 2025, ມີເສັ້ນຍຶດສີແດງ-ເຫຼືອງຊີ້ຂໍ້ຄວາມ «ທີ່ບໍ່ຂັດກັບກົດໝາຍ».
ມາດຕາ 45, ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025, ສະພາແຫ່ງຊາດ, ເຜີຍແຜ່ທີ່ na.gov.la. ເສັ້ນຍຶດຊີ້ຂໍ້ຄວາມ «ທີ່ບໍ່ຂັດກັບກົດໝາຍ».

ໃນຊີວິດຈິງ ມັນເປັນແນວໃດ? ລອງນຶກເຖິງໄວໜຸ່ມທີ່ເຮັດວິດິໂອລໍ້ລຽນ ເລື່ອງຖະໜົນເປັນຂຸມ ຢູ່ບ້ານເກີດ, ອົງການນິລະໂທດກຳສາກົນ ລາຍງານວ່າ ໃນປີ 2024 ມີນັກອອກແບບກຣາຟິກ 2 ຄົນ ຢູ່ແຂວງບໍ່ແກ້ວ ຖືກກັກຕົວຍ້ອນວິດິໂອແບບນີ້. ຄົນໜຶ່ງຕ້ອງເຂົ້າ "ອົບຮົມ" ແລະ ຂໍອະໄພຕໍ່ໜ້າສາທາລະນະ ກ່ອນຈະໄດ້ກັບບ້ານ. ຄະນະກຳມະການສິດທິມະນຸດ ຂອງສະຫະປະຊາຊາດ ກໍເຄີຍສະແດງຄວາມເປັນຫ່ວງ ຕໍ່ກົດໝາຍອາຍາທີ່ຂຽນໄວ້ກວ້າງ ແລະ ດຳລັດ ທີ່ເຮັດໃຫ້ການວິພາກວິຈານລັດຖະບານ ແລະ ພັກ ທາງອອນລາຍ ເປັນຄວາມຜິດ. ສິດມີຢູ່ໃນເຈ້ຍແທ້ ແຕ່ຂອບເຂດຂອງມັນຖືກກຳນົດຢູ່ບ່ອນອື່ນ.

ໜ້າບົດລາຍງານ Amnesty International «Laos 2024», ມີເສັ້ນຍຶດຊີ້ຂໍ້ທີ່ກ່ຽວກັບນັກອອກແບບກຣາຟິກ 2 ຄົນ ຢູ່ແຂວງບໍ່ແກ້ວ.
ອົງການນິລະໂທດກຳສາກົນ, ບົດລາຍງານ «Laos 2024». ເສັ້ນຍຶດຊີ້ຂໍ້ທີ່ກ່ຽວກັບນັກອອກແບບກຣາຟິກ 2 ຄົນ ຢູ່ແຂວງບໍ່ແກ້ວ.
ໜ້າເອກະສານ CCPR/C/LAO/CO/1 ຂອງຄະນະກຳມະການສິດທິມະນຸດ ສປຊ, ມີເສັ້ນຍຶດຊີ້ວັກ 33 (a) ແລະ (b) ວ່າດ້ວຍກົດໝາຍອາຍາ ແລະ ດຳລັດ ເລກທີ 327.
ຄະນະກຳມະການສິດທິມະນຸດ ສປຊ, ເອກະສານ CCPR/C/LAO/CO/1 (23/11/2018), ວັກ 33. ເສັ້ນຍຶດຊີ້ຂໍ້ທີ່ກ່ຽວກັບກົດໝາຍອາຍາທີ່ຂຽນໄວ້ກວ້າງ ແລະ ດຳລັດ ເລກທີ 327 ວ່າດ້ວຍການວິພາກວິຈານທາງອອນລາຍ.

ປະຕູທີ່ເປີດກວ້າງຂຶ້ນ

ເພື່ອຄວາມຍຸຕິທຳ, ຕ້ອງເວົ້າວ່າ ການປັບປຸງແຕ່ລະເທື່ອ ເປີດໃຫ້ອອກຄຳເຫັນ ກວ້າງຂຶ້ນ. ໃນປີ 2015 ມີການທາບທາມຄຳເຫັນຫຼາຍຮອບ, ແຕ່ຜູ້ເຂົ້າຮ່ວມ ສ່ວນໃຫຍ່ແມ່ນເຈົ້າໜ້າທີ່ແຂວງ, ຊ່ຽວຊານ, ນັກວິຊາການ ແລະ ພະນັກງານບຳນານ. ໃນປີ 2025 ຮ່າງໄດ້ລົງໃນຈົດໝາຍເຫດທາງລັດຖະການ ເພື່ອຂໍຄຳເຫັນ ແລະ ລັດຖະບານ ເປີດອີເມວ ກັບເວັບໄຊຂອງສະພາແຫ່ງຊາດ ໃຫ້ປະຊາຊົນສົ່ງຄຳເຫັນ. ນີ້ແມ່ນບາດກ້າວ ທີ່ຄວນເວົ້າເຖິງ.

ແຕ່ປະຕູທີ່ເປີດ ກັບຄົນທີ່ຍ່າງເຂົ້າ ກໍເປັນຄົນລະເລື່ອງ, ວິທະຍຸເອເຊຍເສລີ ລາຍງານວ່າ ປະຊາຊົນສ່ວນໃຫຍ່ ບໍ່ໄດ້ສົນໃຈເພາະເຫັນວ່າເປັນ "ເລື່ອງໄກໂຕ" ແລະ ເຮົາກໍບໍ່ພົບຕົວເລກທາງການ ວ່າມີຄົນສົ່ງຄຳເຫັນຈັກຄົນ. ອີກຢ່າງ, ສິ່ງທີ່ວາງໄວ້ເທິງໂຕະ ກໍມີທິດທາງຊັດເຈນແລ້ວ. ຕອນເປີດກອງປະຊຸມ ປີ 2025, ປະທານສະພາແຫ່ງຊາດ ກ່າວວ່າ ຈຸດປະສົງແມ່ນ "ຫັນນະໂຍບາຍຂອງພັກ ໃຫ້ເປັນເນື້ອໃນລະອຽດ ໃນລັດຖະທຳມະນູນ ແລະ ກົດໝາຍ". ເປີດໃຫ້ອອກຄຳເຫັນໄດ້ກ່ຽວກັບວິທີ, ແຕ່ທິດທາງ ຖືກກຳນົດໄວ້ກ່ອນແລ້ວ.

ໜ້າຂ່າວວຽງຈັນໄທມ໌ ວັນທີ 18 ມີນາ 2025, ມີເສັ້ນຍຶດຊີ້ຄຳເວົ້າຂອງປະທານສະພາແຫ່ງຊາດ ກ່ຽວກັບນະໂຍບາຍຂອງພັກ.
ວຽງຈັນໄທມ໌, «NA members debate changes to constitution» (18/03/2025). ເສັ້ນຍຶດຊີ້ຄຳເວົ້າຂອງປະທານສະພາແຫ່ງຊາດ.

ອີກດ້ານໜຶ່ງ ຂອງເລື່ອງ

ລັດຖະບານລາວ ເບິ່ງເລື່ອງນີ້ຕ່າງອອກໄປ. ໃນບົດລາຍງານ ທີ່ສົ່ງໃຫ້ສະຫະປະຊາຊາດ ປີ 2025, ລັດຖະບານຢືນຢັນວ່າພົນລະເມືອງ "ມີສິດເສລີພາບ ໃນການສະແດງຄວາມຄິດເຫັນ, ປາກເວົ້າ ແລະ ສື່ມວນຊົນ" ຕາມລັດຖະທຳມະນູນ ແລະ ການຈຳກັດໃດໆ ກໍ "ສອດຄ່ອງຢ່າງເຂັ້ມງວດ ກັບກົດໝາຍສິດທິມະນຸດສາກົນ". ລັດຖະບານຍັງຊີ້ວ່າ ປະຈຸບັນ ມີອົງການຈັດຕັ້ງສັງຄົມທີ່ຈົດທະບຽນຫຼາຍຮ້ອຍແຫ່ງ. ຕໍ່ໜ້າຄະນະກຳມະການ ຂອງສະຫະປະຊາຊາດ, ຝ່າຍລັດຖະບານກໍໂຕ້ແຍ້ງວ່າ ຄະດີທີ່ຖືກຍົກຂຶ້ນມາ "ບໍ່ກ່ຽວກັບເສລີພາບ ໃນການສະແດງຄວາມຄິດເຫັນ".

ຈາກມຸມນີ້, ການມີພັກເປັນແກນນຳ ແລະ ການມີກົດໝາຍຂີດຂອບເຂດ ແມ່ນວິທີຮັກສາຄວາມສະຫງົບ ແລະ ຄວາມເປັນເອກະພາບ, ບໍ່ແມ່ນການເອົາສິດໄປຈາກປະຊາຊົນ. ຜູ້ທີ່ເບິ່ງຈາກພາຍນອກເຊັ່ນ Freedom House ກໍໃຫ້ຄະແນນລາວຕ່ຳຫຼາຍ ດ້ານສື່ມວນຊົນເສລີ ແລະ ການຊຸມນຸມ. ສອງມຸມນີ້ຫ່າງກັນຫຼາຍ ແລະ ຊ່ອງຫວ່າງນັ້ນເອງ ຄືສິ່ງທີ່ບົດນີ້ຢາກໃຫ້ເຈົ້າເບິ່ງ.

ກັບມາທີ່ສັນຍາ

ລອງກັບໄປທີ່ສັນຍາເຊົ່າເຮືອນ ອີກເທື່ອໜຶ່ງ, ສັນຍາທີ່ດີ ບໍ່ແມ່ນສັນຍາທີ່ຂຽນງາມ. ມັນແມ່ນສັນຍາທີ່ທັງສອງຝ່າຍໄດ້ມີສ່ວນຂຽນ, ທັງສອງຝ່າຍ ອ່ານອອກ ແລະ ຝ່າຍທີ່ອ່ອນກວ່າ ເອົາມາອ້າງໄດ້ແທ້ເວລາມີບັນຫາ.

ລັດຖະທຳມະນູນລາວບອກວ່າ ອຳນາດທັງໝົດເປັນຂອງປະຊາຊົນ. ປະຫວັດສາດ 34 ປີ ຂອງມັນ ສະແດງໃຫ້ເຫັນທັງຄວາມພະຍາຍາມ ເປີດປະຕູ ແລະ ຂອບເຂດ ທີ່ບໍ່ເຄີຍຂະຫຍັບ.

ສະນັ້ນ, ຄຳຖາມຈຶ່ງກັບມາຫາເຈົ້າ. ຖ້າລັດຖະທຳມະນູນເປັນສັນຍາ, ເຈົ້າເຄີຍໄດ້ເຊັນມັນບໍ່? ເຄີຍມີໃຜ ມາຖາມເຈົ້າແທ້ໆບໍ່? ແລະ ຖ້າມື້ໜຶ່ງ ເຈົ້າຕ້ອງການມັນ, ມັນຈະຢູ່ຂ້າງເຈົ້າບໍ່?