ໜ້າສ່ວນຕົວ

ຂັບເຄື່ອນດ້ວຍຄີບອດ

Power by Keyboard

ເສດຖະກິດ-ສັງຄົມ · ປະຫວັດສາດ · ການເມືອງລາວ

ອ່ານບົດຄວາມຫຼ້າສຸດ

01 ບົດຄວາມ

ບົດຄວາມຫຼ້າສຸດ

ບົດຄວາມທັງໝົດ

02

ຄິບ

ຄິບເພີ່ມເຕີມກຳລັງຈະມາ.

03 ກ່ຽວກັບ

ເພຈນີ້

ຂັບເຄື່ອນດ້ວຍຄີບອດ ສ້າງຂຶ້ນໃນວັນທີ 22 ມີນາ 2022 ໃນຊ່ວງທີ່ໂຄວິດ ແລະ ເສດຖະກິດລາວກຳລັງຕົກຢູ່ໃນຊ່ວງທີ່ຫຍຸ້ງຍາກ ເຊິ່ງເປັນຊ່ວງທີ່ຄົນລາວຈຳນວນຫຼາຍເລີ່ມອອກມາເວົ້າເຖິງບັນຫາບ້ານເມືອງຜ່ານໂລກອອນລາຍ ພວກເຮົາໄດ້ເລີ່ມແຮັສແທັກ #ສຽງຂອງພວກເຮົາ ຂຶ້ນມາ ແລະ ກາຍເປັນທີ່ສົນໃຈຢ່າງກວ້າງຂວາງໃນໝູ່ໄວໜຸ່ມຍຸກໃໝ່ ໃນຂະນະດຽວກັນກໍມີທັງສຽງຄັດຄ້ານ ແລະ ສຽງຕັກເຕືອນຈາກຄົນທີ່ຫວັງດີວ່າບໍ່ຄວນເວົ້າ ເພາະອາດເປັນອັນຕະລາຍ ບາງໂຮງຮຽນເຖິງກັບສັ່ງຫ້າມນັກຮຽນບໍ່ໃຫ້ແບ່ງປັນໂພສຂອງພວກເຮົາ.

ທຸກມື້ນີ້ ພວກເຮົາເລົ່າເລື່ອງການເມືອງ ແລະ ປະຫວັດສາດລາວ ທັງໃນຮູບແບບບົດຄວາມ ແລະ ຄິບ ແຕ່ສ່ວນທີ່ຄົນມັກທີ່ສຸດກໍຍັງແມ່ນມີມ ແລະ ມຸກຕະຫຼົກແຮງໆ ທີ່ເອົາເລື່ອງບ້ານເມືອງມາປັ່ນໃຫ້ຫົວກັນ ເພາະບາງເລື່ອງຖ້າບໍ່ຫົວກໍຄົງຕ້ອງໄຫ້.

ພວກເຮົາເຊື່ອວ່າຄົນລາວທຸກຄົນມີສິດທີ່ຈະຮູ້ເລື່ອງລາວຂອງບ້ານເມືອງຕົນເອງ ແລະ ມີສິດທີ່ຈະຕັ້ງຄຳຖາມ.